Welcome
ຄະນະກະເສດສາດ ແລະ ສິ່ງແວດລ້ອມ (ຄກສ) ເປັນໜຶ່ງໃນຄະນະວິຊາຂອງ ມະຫາວິທະຍາໄລສະຫວັນນະເຂດ, ສ້າງຕັ້ງຂຶ້ນໃນປີ 2009 ແລະ ຕັ້ງຢູ່ວິທະຍາເຂດໜອງຜື, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ. ຄກສ ມີພາລະບົດບາດສ້າງບຸກຄະລາກອນ, ຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ດ້ານກະສິກຳ, ປ່າໄມ້ ແລະ ສິ່ງແວດລ້ອມ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ຂອງພາກກາງ ແລະ ຂອງ ສປປ ລາວ.
The Faculty of Agriculture and Environment (FAE) is one of the faculties of Savannakhet University. Founded in 2009 and based at SKU's Nongphue Campus in Kaysone Phomvihane City, FAE trains specialists, carries out research and provides technical services in agriculture, forestry and the environment for central Lao PDR. Savannakhet sits on the East–West Economic Corridor, next to the Second Thai–Lao Friendship Bridge.
History and mandate
ມະຫາວິທະຍາໄລສະຫວັນນະເຂດ ໄດ້ສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 091/ນຍ, ລົງວັນທີ 27 ມີນາ 2009. ຄະນະກະເສດສາດ ແລະ ສິ່ງແວດລ້ອມ ໄດ້ເລີ່ມຕົ້ນໃນປີດຽວກັນ ດ້ວຍສາຂາວິທະຍາສາດພືດ, ວິທະຍາສາດສັດ ແລະ ວິທະຍາສາດສິ່ງແວດລ້ອມ.
ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 5152/ສສກ, ລົງວັນທີ 11 ສິງຫາ 2026, ຄກສ ແມ່ນກົງຈັກວິຊາການ ໃນໂຄງປະກອບການຈັດຕັ້ງຂອງ ມະຫາວິທະຍາໄລສະຫວັນນະເຂດ, ມີພາລະບົດບາດເປັນເສນາທິການ ໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ ແລະ ປະກັນຄຸນນະພາບການສຶກສາດ້ານກະສິກຳ.
ການພັດທະນາເສດຖະກິດ-ສັງຄົມ ຢ່າງວ່ອງໄວຂອງ ສປປ ລາວ ເຮັດໃຫ້ລັດຖະບານ ແລະ ອຳນາດການປົກຄອງແຂວງ ໃນພາກກາງ ໃຫ້ຄວາມສຳຄັນສູງຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການປົກປັກຮັກສາສິ່ງແວດລ້ອມ. ຄວາມໝັ້ນຄົງດ້ານສະບຽງອາຫານ ແມ່ນມາຈາກຜະລິດຕະພັນພືດ ແລະ ສັດ ທີ່ຫຼາກຫຼາຍ, ສ່ວນການປົກປັກຮັກສາສິ່ງແວດລ້ອມ ແມ່ນເນັ້ນໃສ່ ດິນ, ນ້ຳ, ອາກາດ, ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ.
ເພື່ອບັນລຸເປົ້າໝາຍດ້ານຄວາມໝັ້ນຄົງສະບຽງອາຫານ, ຈຳເປັນຕ້ອງສ້າງຂີດຄວາມສາມາດຂອງຊັບພະຍາກອນມະນຸດ. ນັກສຶກສາຕ້ອງໄດ້ຮັບຄວາມຮູ້ ແລະ ປະສົບການກ່ຽວກັບການຖ່າຍທອດເຕັກໂນໂລຊີທີ່ເໝາະສົມ ໃນມະຫາວິທະຍາໄລ ກ່ອນອອກໄປເຮັດວຽກ. ສະນັ້ນ, ຫຼັກສູດປະລິນຍາຕີ ດ້ານກະເສດສາດ ແລະ ສິ່ງແວດລ້ອມ ຈຶ່ງຖືກອອກແບບໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ຂອງພາກກາງ. ນອກຈາກນັ້ນ, ແຂວງສະຫວັນນະເຂດ ຍັງເປັນທີ່ຕັ້ງຂອງຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ທີ່ເຊື່ອມຕໍ່ກັບເສັ້ນທາງເລກທີ 9 ໃນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ຈຶ່ງເຮັດໃຫ້ຫຼັກສູດດ້ານກະເສດສາດ ແລະ ສິ່ງແວດລ້ອມ ທີ່ເໝາະສົມ ມີຄວາມສຳຄັນຍິ່ງ ຕໍ່ການເຕີບໂຕຂອງແຂວງ ແລະ ການດຶງດູດຜູ້ມາຢ້ຽມຢາມ.
Savannakhet University was established by Prime Ministerial Decree No. 091/PM of 27 March 2009. FAE opened the same year with programmes in plant, animal and environmental science.
Under Ministry of Education and Sports Decision No. 5152 of 11 August 2026, FAE is the university's academic unit for teaching, scientific research, academic services and quality assurance in agricultural and environmental education.
Rapid socio-economic development in Lao PDR has made food security and environmental protection priorities for the Lao Government and for provincial authorities in central Laos. Food security depends on a wide range of plant and animal products, while environmental protection centres on soil, water and air, the impacts of climate change, and natural disasters.
Achieving food security requires building human capacity. Students must gain knowledge and practical experience of appropriate technologies at university, before they start their careers. FAE's undergraduate curricula in agriculture and environment are therefore designed around the socio-economic development needs of central Laos. Savannakhet Province is also home to the Second Thai–Lao Friendship Bridge (Savannakhet–Mukdahan), which links to National Road 9 on the East–West Economic Corridor. This makes well-designed agriculture and environment programmes all the more important for the province's growth and its appeal to visitors.
Why FAE
Facilities
ອາຄານຮຽນ ຄກສ ຢູ່ວິທະຍາເຂດໜອງຜື, ຫ້ອງທົດລອງ ຄກສ ແລະ ຫ້ອງທົດລອງກາງ ມຂ, ຟາມຝຶກຫັດ, ສວນກ້າໄມ້, ໜ່ວຍລ້ຽງສັດ, ຫ້ອງສະໝຸດ ແລະ ຫ້ອງຄອມພິວເຕີ.FAE building at Nongphue Campus, FAE and SKU central laboratories, training farm, forestry nursery, animal husbandry unit, library and computer room.