ກັບຄືນໜ້າຫຼັກ

ມະຫາວິທະຍາໄລສະຫວັນນະເຂດ ກຽມເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ຄັ້ງທີ 10 ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາເຂົ້າໜຽວແບບຍືນຍົງ ໃນອະນຸພາກພື້ນແມ່ນ້ຳຂອງ (GMS) ວັນທີ 10–12 ທັນວາ 2026

07/11/2026 11:52 34 ຄັ້ງ
Cover Image

ຄະນະກະເສດສາດ ແລະ ສິ່ງແວດລ້ອມ (ຄກສ), ມະຫາວິທະຍາໄລສະຫວັນນະເຂດ (ມຂ) ຮູ້ສຶກເປັນກຽດຢ່າງສູງທີ່ຈະໄດ້ຮັບກຽດເປັນເຈົ້າພາບຈັດ ກອງປະຊຸມປຶກສາຫາລື ຄັ້ງທີ 10 ວ່າດ້ວຍການຮ່ວມມືດ້ານການຄົ້ນຄວ້າ ແລະ ພັດທະນາ ເພື່ອການພັດທະນາເຂົ້າໜຽວແບບຍືນຍົງ ໃນອະນຸພາກພື້ນແມ່ນ້ຳຂອງ (GMS) ໃນລະຫວ່າງວັນທີ 10–12 ທັນວາ 2026 ທີ່ ແຂວງສະຫວັນນະເຂດ, ສປປ ລາວ.

ກອງປະຊຸມດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ "ຈາກການຄົ້ນຄວ້າສູ່ຕະຫຼາດ: ການແປຮູບເຂົ້າໜຽວໃຫ້ເປັນຜະລິດຕະພັນມູນຄ່າສູງ ຜ່ານນະວັດຕະກຳ ແລະ ການມີສ່ວນຮ່ວມຂອງຊຸມຊົນ", ເຊິ່ງຈະເຕົ້າໂຮມເອົານັກຄົ້ນຄວ້າ, ຄະນະຜູ້ແທນທາງວິຊາການ ແລະ ຜູ້ຊ່ຽວຊານດ້ານກະສິກຳ ຈາກບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ, ການປັບປຸງພັນເຂົ້າໜຽວ, ການແປຮູບເພີ່ມມູນຄ່າ ແລະ ການເຊື່ອມໂຍງທຸລະກິດກະສິກຳຊຸມຊົນ.

ກິດຈະກຳສຳຄັນ

  • ວັນທີ 30 ພະຈິກ – 1 ທັນວາ 2026 (ກອງປະຊຸມກະກຽມ ແລະ ຝຶກອົບຮົມພາກປະຕິບັດ): ຄະນະກະເສດສາດ ແລະ ສິ່ງແວດລ້ອມ ຈະຕ້ອນຮັບຄະນະຜູ້ແທນຈາກ ມະຫາວິທະຍາໄລມະຫາສາລະຄາມ (ປະເທດໄທ) ເພື່ອເຂົ້າຮ່ວມກອງປະຊຸມກະກຽມຄວາມພ້ອມ ແລະ ຝຶກອົບຮົມການແປຮູບຜະລິດຕະພັນເຂົ້າໜຽວ (ເຂົ້າໜົມຕົ້ມ, ເຂົ້າໜົມຖົ່ວແປບ ແລະ ບ້າບິ່ນໝາກພ້າວອ່ອນ).
  • ວັນທີ 10–12 ທັນວາ 2026 (ກອງປະຊຸມວິຊາການຫຼັກ): ການນຳສະເໜີຜົນງານການຄົ້ນຄວ້າ, ງານວາງສະແດງຜະລິດຕະພັນນະວັດຕະກຳຈາກເຂົ້າໜຽວ ແລະ ການສ້າງເຄືອຂ່າຍການຮ່ວມມືທາງວິຊາການໃນພາກພື້ນ.

ຂ່າວສານອື່ນໆ ທີ່ກ່ຽວຂ້ອງ