ກັບຄືນໜ້າຫຼັກ

ການເຝິກອົບຮົມ "ການປະຕິບັດພາກສະໜາມ ແລະ ການວິເຄາະດິນ ໃນຫ້ອງທົດລອງ" ຮ່ວມກັບ ມະຫາວິທະຍາໄລ ເມລເບີນ

17/11/2026 20:53 106 ຄັ້ງ
Cover Image

🌱🔬 ການເຝິກອົບຮົມ "ການປະຕິບັດພາກສະໜາມ ແລະ ການວິເຄາະດິນ ໃນຫ້ອງທົດລອງ" ຮ່ວມກັບ ມະຫາວິທະຍາໄລ ເມລເບີນ🌱🔬 Field Practice and Laboratory Soil Analysis training with the University of Melbourne

ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລ ສະຫວັນນະເຂດ ຮ່ວມກັບ ມະຫາວິທະຍາໄລ ເມລເບີນ (ອົດສະຕຣາລີ) ໄດ້ດຳເນີນການເຝິກອົບຮົມ "ການປະຕິບັດພາກສະໜາມ ແລະ ການວິເຄາະດິນ ໃນຫ້ອງທົດລອງ" ໃນລະຫວ່າງວັນທີ 13–17 ພະຈິກ 2026 ທີ່ຫ້ອງທົດລອງ ມະຫາວິທະຍາໄລ ສະຫວັນນະເຂດ.

ການເຝິກອົບຮົມຄັ້ງນີ້ ຈັດຂຶ້ນພາຍໃຕ້ໂຄງການສະໜັບສະໜູນຄວາມຮ່ວມມື ລະຫວ່າງ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລ ສະຫວັນນະເຂດ ແລະ ມະຫາວິທະຍາໄລ ເມລເບີນ (University of Melbourne), ປະເທດ ອົດສະຕຣາລີ, ໂດຍມີ ທ່ານ ປອ. ພຸດທະວົງ ແສງສຸລິຍາ, ວ່າການຫົວໜ້າຄະນະວິຊາ ຄກສ ເປັນຫົວໜ້າຄະນະຊີ້ນໍາລວມ.

ພິທີເປີດ ແລະ ພິທີປິດ ການເຝິກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ຮສ. ປອ. ຄຳໂກ້ ວົງອະນັດທາ, ຮອງຜູ້ອຳນວຍການ ມະຫາວິທະຍາໄລ ສະຫວັນນະເຂດ.

ຈຸດປະສົງ ແລະ ເນື້ອຫາຫຼັກຂອງການເຝິກອົບຮົມ:

  • ຍົກລະດັບທັກສະວິຊາການ: ເນັ້ນໃສ່ "ການປະເມີນຄຸນນະພາບສະພາບດິນ ແລະ ການວິເຄາະຕົວຢ່າງດິນໃນຫ້ອງທົດລອງ".
  • ເຊື່ອມໂຍງພາກທິດສະດີ ແລະ ພາກສະໜາມ: ສໍາມະນາກອນໄດ້ຮຽນຮູ້ທັງເຕັກນິກການລົງປະຕິບັດພາກສະໜາມຕົວຈິງ ແລະ ວິທີການວິເຄາະຄຸນນະພາບດິນຢ່າງລະອຽດພາຍໃນຫ້ອງທົດລອງ.
  • ແລກປ່ຽນກັບຜູ້ຊ່ຽວຊານລະດັບສາກົນ: ໄດ້ຮັບການຖ່າຍທອດຄວາມຮູ້, ເຕັກນິກ ແລະ ການປະສານງານວິຊາການ ໂດຍກົງຈາກທີມງານຜູ້ຊ່ຽວຊານຂອງ ມະຫາວິທະຍາໄລ ເມລເບີນ.
  • ຜູ້ເຂົ້າຮ່ວມ: ປະກອບດ້ວຍພະນັກງານ, ຄູ-ອາຈານ ແລະ ນັກວິຊາການ ຂອງ ມະຫາວິທະຍາໄລ ສະຫວັນນະເຂດ ທີ່ຖືກແຕ່ງຕັ້ງ ເພື່ອເພີ່ມພູນຄວາມຮູ້ ແລະ ເປັນກໍາລັງຫຼັກໃນການພັດທະນາວຽກງານວິຊາການ. ນອກຈາກນີ້, ຍັງມີຜູ້ເຂົ້າຮ່ວມຈາກ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ແລະ ຈາກຂັ້ນສູນກາງ ເຊັ່ນ: ສູນຄົ້ນຄວ້າດິນ (Soil Research Center, DALM), ກົມຄຸ້ມຄອງທີ່ດິນກະສິກຳ (DALM), ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ (NUOL) ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI).

ການເຝິກອົບຮົມຄັ້ງນີ້ ຖືເປັນກ້າວສໍາຄັນໃນການເພີ່ມຂີດຄວາມສາມາດດ້ານການວິໄຈ ແລະ ການນໍາໃຊ້ຫ້ອງທົດລອງຂອງ ມະຫາວິທະຍາໄລ ສະຫວັນນະເຂດ ໃຫ້ມີມາດຕະຖານ, ພ້ອມທັງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຂະແໜງການກະເສດ ແລະ ສິ່ງແວດລ້ອມຢ່າງຍືນຍົງ.

The Faculty of Agriculture and Environment (FAE), Savannakhet University, together with the University of Melbourne (Australia), conducted the training "Field Practice and Laboratory Soil Analysis" from 13 to 17 November 2026 at the laboratory of Savannakhet University.

The training was held under the programme supporting cooperation between FAE, Savannakhet University and the University of Melbourne, Australia, with Dr. Phoudthavong Sengsouriya, Acting Dean of FAE, as head of the steering committee.

Both the opening and closing ceremonies were chaired by Assoc. Prof. Dr. Khamko Vonganattha, Vice Rector of Savannakhet University.

Objectives and main content of the training:

  • Strengthening technical skills: a focus on soil quality assessment and the laboratory analysis of soil samples.
  • Linking theory and fieldwork: participants learned practical field techniques as well as detailed methods for analysing soil quality in the laboratory.
  • Exchange with international experts: knowledge, techniques and technical guidance passed on directly by the team of experts from the University of Melbourne.
  • Participants: staff, lecturers and technical officers of Savannakhet University, appointed to build their knowledge and serve as core staff for developing academic work, together with participants from the Savannakhet Provincial Department of Agriculture and Environment and from national institutions: the Soil Research Center of DALM, the Department of Agricultural Land Management (DALM), the Faculty of Agriculture of the National University of Laos (NUOL), and the National Agriculture and Forestry Research Institute (NAFRI).

This training is an important step in strengthening research capacity and bringing the use of Savannakhet University's laboratories up to standard, while supporting the sustainable development of the agriculture and environment sectors.

📍 ຫ້ອງທົດລອງ, ມະຫາວິທະຍາໄລສະຫວັນນະເຂດLaboratory, Savannakhet University

Opening ceremony of the training, with the event bannerLecture session in the laboratoryField practice: describing a soil profile pitSoil samples laid out during field practiceSoil profile with measuring tapeParticipants examining a soil pit in the fieldLaboratory demonstration by a University of Melbourne trainerParticipants in lab coats during laboratory analysisParticipants receiving certificatesGroup photo of participants and trainers

ຂ່າວສານອື່ນໆ ທີ່ກ່ຽວຂ້ອງ