ຂ່າວ ແລະ ກິດຈະກຳ

ກ່ຽວກັບ ຄກສAbout FAE

Upcoming event · GMS10

▶ ເບິ່ງວິດີໂອ · Watch the video (3 min)

ກິດຈະກຳທີ່ຈະມາເຖິງUpcoming event · 10–12 Dec 2026 · ຄກສ, ມະຫາວິທະຍາໄລສະຫວັນນະເຂດFAE, Savannakhet University

🌾 ກອງປະຊຸມປຶກສາຫາລື ຄັ້ງທີ 10 ກ່ຽວກັບເຂົ້າໜຽວ ໃນອະນຸພາກພື້ນແມ່ນ້ຳຂອງ (GMS10) 🌾🌾 The 10th GMS Consultative Meeting on Glutinous Rice (GMS10) 🌾

ມະຫາວິທະຍາໄລສະຫວັນນະເຂດ ມີຄວາມພາກພູມໃຈ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ຄັ້ງທີ 10 ວ່າດ້ວຍການຮ່ວມມືຄົ້ນຄວ້າ ແລະ ພັດທະນາ ເພື່ອການພັດທະນາແບບຍືນຍົງດ້ານເຂົ້າໜຽວ ໃນອະນຸພາກພື້ນແມ່ນ້ຳຂອງ (GMS).

  • ✨ ຫົວຂໍ້: "ຈາກການຄົ້ນຄວ້າ ສູ່ຕະຫຼາດ: ຫັນປ່ຽນເຂົ້າໜຽວ ໃຫ້ເປັນຜະລິດຕະພັນທີ່ມີມູນຄ່າສູງ ດ້ວຍນະວັດຕະກຳ ແລະ ການຮ່ວມມືກັບຊຸມຊົນ"
  • 📅 ວັນທີ: 10–12 ທັນວາ 2026
  • 📍 ສະຖານທີ່: ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດ, ສປປ ລາວ
  • 🤝 ເຈົ້າພາບ: ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດ
  • ເຈົ້າພາບຮ່ວມ: ຄະນະເຕັກໂນໂລຊີ, ມະຫາວິທະຍາໄລມະຫາສາລະຄາມ; ມະຫາວິທະຍາໄລ ກະເສດສາດ ວິທະຍາເຂດເສີມພຣະກຽດ ແຂວງສະກົນນະຄອນ; ແລະ ສູນຄົ້ນຄວ້າ ແລະ ບໍລິການນະວັດຕະກຳອາຫານ ມະຫາວິທະຍາໄລ ກະເສດສາດ (KU-FIRST), ປະເທດໄທ

ນັກຄົ້ນຄວ້າ, ມະຫາວິທະຍາໄລ ແລະ ພາກສ່ວນຮ່ວມມືຈາກທົ່ວພາກພື້ນ ຈະມາເຕົ້າໂຮມກັນ ເພື່ອແລກປ່ຽນຄວາມຮູ້ ແລະ ນຳເອົາຜົນການຄົ້ນຄວ້າເຂົ້າໜຽວ ໄປສູ່ຕະຫຼາດ ເພື່ອປະໂຫຍດຂອງຊາວກະສິກອນ ແລະ ຊຸມຊົນ 🍚

ພວກເຮົາຍິນດີຕ້ອນຮັບທຸກທ່ານ ສູ່ແຂວງສະຫວັນນະເຂດ! 🇱🇦

Savannakhet University is proud to host the 10th Consultative Meeting on Cooperative Research and Development towards Sustainable Development on Glutinous Rice in the Greater Mekong Subregion (GMS).

  • ✨ Theme: "From Research to Market: Transforming Glutinous Rice into High-Value Products through Innovation and Community Partnership"
  • 📅 Dates: 10–12 December 2026
  • 📍 Venue: Faculty of Agriculture and Environment, Savannakhet University, Lao PDR
  • 🤝 Host: Faculty of Agriculture and Environment, Savannakhet University
  • Co-hosts: Faculty of Technology, Mahasarakham University; Kasetsart University, Chalermphrakiat Sakon Nakhon Province Campus; and Kasetsart University Food Innovation Research and Services (KU-FIRST), Thailand

Researchers, universities and partners from across the region will come together to share knowledge and bring glutinous rice research closer to the market, for our farmers and communities. 🍚

We look forward to welcoming you to Savannakhet! 🇱🇦

#GMS10 #ເຂົ້າໜຽວ #GlutinousRice #FromResearchToMarket #ມະຫາວິທະຍາໄລສະຫວັນນະເຂດ #FAESKU #ສປປລາວ

ເບິ່ງໂປສເຕີຂະໜາດເຕັມ ↗View the full-size poster ↗

ອ່ານລາຍລະອຽດ →Read more →

Latest news

ຂ່າວລ່າສຸດLatest news

Inauguration of the SKU–ZVC Technical and Vocational Training Center, 25 November 2026

🇱🇦🤝🇨🇳 ມະຫາວິທະຍາໄລສະຫວັນນະເຂດ ແລະ ວິທະຍາໄລວິຊາຊີບຈ່າວຈວງ ເປີດປ້າຍສູນຝຶກອົບຮົມເຕັກນິກ–ວິຊາຊີບ ຮ່ວມກັນ🇱🇦🤝🇨🇳 Savannakhet University and Zaozhuang Vocational College Inaugurate Joint Technical and Vocational Training Center

📅 25 ພະຈິກ 2026 | ມະຫາວິທະຍາໄລສະຫວັນນະເຂດ, ສປປ ລາວ

ມະຫາວິທະຍາໄລສະຫວັນນະເຂດ (SKU), ສປປ ລາວ ແລະ ວິທະຍາໄລວິຊາຊີບຈ່າວຈວງ (ZVC), ສາທາລະນະລັດ ປະຊາຊົນ ຈີນ ໄດ້ຈັດພິທີເປີດປ້າຍ ສູນຝຶກອົບຮົມເຕັກນິກ–ວິຊາຊີບ SKU–ZVC ຢ່າງເປັນທາງການ ພ້ອມທັງເປີດຊຸດຝຶກອົບຮົມຮ່ວມກັນ ຊຸດທຳອິດ, ເຊິ່ງຖືເປັນບາດກ້າວສຳຄັນ ຂອງການຮ່ວມມືທາງດ້ານວິຊາການ ລະຫວ່າງສອງສະຖາບັນ.

🎓 ພິທີເປີດດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ, ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ ແລະ ທ່ານ ຈູ ເຈິ້ງ (Zhu Zheng), ຫົວໜ້າພາກວິຊາວິສະວະກຳເຄມີ ແລະ ການຢາ ແລະ ຫົວໜ້າຄະນະຜູ້ແທນ ZVC.

ພິທີດັ່ງກ່າວ ມີບັນດາຄະນະບໍລິຫານມະຫາວິທະຍາໄລ, ຜູ້ຕາງໜ້າຂອງທັງສອງສະຖາບັນ, ຄູ-ອາຈານ, ນັກສຶກສາ ແລະ ຜູ້ເຂົ້າຮ່ວມການຝຶກອົບຮົມ ເຂົ້າຮ່ວມ ເພື່ອສະແດງເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການເສີມສ້າງການສຶກສາດ້ານເຕັກນິກ ແລະ ວິຊາຊີບ, ການພັດທະນາທັກສະວິຊາຊີບ ແລະ ການຮ່ວມມືທາງດ້ານວິຊາການກັບສາກົນ.

📚 ຊຸດຝຶກອົບຮົມຮ່ວມກັນ ໄລຍະ 3 ວັນ (25–27 ພະຈິກ 2026) ປະກອບມີ 6 ຫົວຂໍ້ສະເພາະ ຄື:

  1. ວິສະວະກຳເຄມີ ແລະ ການຢາ – ພາກທີ I
  2. ກະສິກຳ: ພະຍາດຕິດແປດໃນສັດ
  3. ການຜະລິດອັດສະລິຍະ ແລະ ປັນຍາປະດິດ (AI)
  4. ວິສະວະກຳເຄມີ ແລະ ການຢາ – ພາກທີ II
  5. ການຄຸ້ມຄອງການທ່ອງທ່ຽວ
  6. ສະຖາປັດຕະຍະກຳ ແລະ ວິສະວະກຳໂຍທາ

ການຝຶກອົບຮົມ ແມ່ນບັນຍາຍໂດຍບັນດາຊ່ຽວຊານ ຈາກວິທະຍາໄລວິຊາຊີບຈ່າວຈວງ ຮ່ວມກັບ ມະຫາວິທະຍາໄລສະຫວັນນະເຂດ, ເປັນໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ຍົກລະດັບຄວາມຮູ້ດ້ານເຕັກນິກ, ທັກສະພາກປະຕິບັດ ແລະ ຄວາມສາມາດທາງວິຊາຊີບ ຜ່ານການແລກປ່ຽນຄວາມຮູ້ ແລະ ປະສົບການທາງດ້ານວິຊາການ.

🌏 ການສ້າງຕັ້ງ ສູນຝຶກອົບຮົມເຕັກນິກ–ວິຊາຊີບ SKU–ZVC ແມ່ນບາດກ້າວສຳຄັນ ໄປສູ່ການຮ່ວມມືໄລຍະຍາວ ໃນດ້ານການພັດທະນາຫຼັກສູດ, ການຝຶກອົບຮົມດ້ານເຕັກນິກ, ການຖ່າຍທອດເຕັກໂນໂລຊີ, ການຄົ້ນຄວ້າປະຍຸກ ແລະ ການພັດທະນາຊັບພະຍາກອນມະນຸດ.

🇱🇦🤝🇨🇳 ເສີມສ້າງທັກສະ, ແບ່ງປັນຄວາມຮູ້, ເສີມຂະຫຍາຍການຮ່ວມມື!

SKU ແລະ ZVC ຈະສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານການສຶກສາ ແລະ ມິດຕະພາບ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ປະຊາຊົນ ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ໝັ້ນຄົງຂຶ້ນ.

📅 25 November 2026 | Savannakhet University, Lao PDR

Savannakhet University (SKU), Lao PDR, and Zaozhuang Vocational College (ZVC), People's Republic of China, marked a significant milestone in their academic partnership with the official inauguration and plaque-unveiling ceremony of the SKU–ZVC Technical and Vocational Training Center, alongside the launch of their first joint training programme.

🎓 The opening ceremony was co-chaired by Assoc. Prof. Dr. Sithixay Xayavong, Rector of Savannakhet University, and Mr. Zhu Zheng, Director of the Department of Chemical and Pharmaceutical Engineering and Head of the ZVC Delegation.

The ceremony brought together university administrators, representatives of both institutions, academic staff, students, and training participants to celebrate a shared commitment to strengthening technical and vocational education, professional skills development, and international academic cooperation.

📚 The three-day joint training programme (25–27 November 2026) features six specialized sessions covering:

  1. Chemical and Pharmaceutical Engineering – Part I
  2. Agriculture: Animal Infectious Diseases
  3. Intelligent Manufacturing and Artificial Intelligence (AI)
  4. Chemical and Pharmaceutical Engineering – Part II
  5. Tourism Management
  6. Architecture and Civil Engineering

The training activities are delivered by specialists from Zaozhuang Vocational College in collaboration with Savannakhet University, providing opportunities for participants to enhance their technical knowledge, practical skills, and professional competencies through knowledge sharing and academic exchange.

🌏 The establishment of the SKU–ZVC Technical and Vocational Training Center represents an important step toward long-term cooperation in curriculum development, technical training, technology transfer, applied research, and human resource development.

🇱🇦🤝🇨🇳 Building Skills, Sharing Knowledge, Strengthening Partnerships!

Together, SKU and ZVC continue to strengthen educational cooperation and friendship between Lao PDR and the People's Republic of China.

📍 ຫ້ອງປະຊຸມຊັ້ນ 3, ຕຶກຄະນະວິສະວະກຳສາດ, ມະຫາວິທະຍາໄລສະຫວັນນະເຂດ3rd-floor meeting room, Faculty of Engineering building, Savannakhet University

The co-chairs with the plaque of the SKU–ZVC Technical and Vocational Training CenterUnveiling the plaque of the SKU–ZVC Technical and Vocational Training CenterPresentation of the commemorative plaqueGroup photo of the SKU and ZVC delegations, staff and participantsOpening remarks at the head tableRemarks at the opening ceremonyDelegates and students at the ceremonyParticipants at the opening ceremonyA training session delivered by ZVC specialists

#SavannakhetUniversity #ZaozhuangVocationalCollege #SKU #ZVC #LaoChinaCooperation #TechnicalVocationalEducation #InternationalCooperation #CapacityBuilding #AcademicPartnership #SkillsDevelopment

ອ່ານຂ່າວເຕັມ →Read the full story →

FAE review meeting, 20 November 2026

📋 ກອງປະຊຸມສ່ອງແສງ ທົບທວນຜົນສຳເລັດຂອງແຜນວຽກ ແລະ ກະກຽມວຽກງານຮ່ວມມືກັບ ວິທະຍາໄລວິຊາຊີບຈ່າວຈວງ📋 FAE review meeting on work-plan results and preparations for cooperation with Zaozhuang Vocational College

ໃນວັນທີ 20 ພະຈິກ 2026, ຄະນະກະເສດສາດ ແລະ ສິ່ງແວດລ້ອມ (ຄກສ) ໄດ້ເປີດກອງປະຊຸມສ່ອງແສງ ເພື່ອທົບທວນຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນວຽກ ແລະ ກິດຈະກຳທີ່ຜ່ານມາ ຂອງແຕ່ລະພະແນກ, ພາກວິຊາ ແລະ ໜ່ວຍງານ ຕາມແຕ່ລະໜ້າວຽກ. ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ພຸດທະວົງ ແສງສຸລິຍາ, ວ່າການຫົວໜ້າຄະນະວິຊາ ຄກສ.

ໃນນັ້ນ, ກອງປະຊຸມໄດ້ສະຫຼຸບຜົນການຝຶກອົບຮົມ “Soil Analysis: Laboratory Training & Capacity Building” ທີ່ຈັດຂຶ້ນຮ່ວມກັບ The University of Melbourne, ປະເທດອົດສະຕຣາລີ ໃນວັນທີ 13–17 ພະຈິກ 2026 ທີ່ ມະຫາວິທະຍາໄລສະຫວັນນະເຂດ. ການຝຶກອົບຮົມດັ່ງກ່າວ ມຸ່ງເນັ້ນການເສີມສ້າງທັກສະດ້ານວິທະຍາສາດດິນ, ການວິເຄາະດິນໃນຫ້ອງທົດລອງ, ການເກັບຕົວຢ່າງ, ການຄວບຄຸມຄຸນນະພາບ ແລະ ການນຳໃຊ້ຜົນການວິເຄາະ ເພື່ອສະໜັບສະໜູນການຮຽນ-ການສອນ, ການຄົ້ນຄວ້າ ແລະ ການພັດທະນາກະສິກຳແບບຍືນຍົງ.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ກະກຽມວຽກງານ ສຳລັບກອງປະຊຸມ ແລະ ການຝຶກອົບຮົມ ລະຫວ່າງ ມະຫາວິທະຍາໄລສະຫວັນນະເຂດ ແລະ ວິທະຍາໄລວິຊາຊີບຈ່າວຈວງ (Zaozhuang Vocational College), ສປ ຈີນ ທີ່ຈະຈັດຂຶ້ນໃນວັນທີ 25–27 ພະຈິກ 2026.

ຫົວຂໍ້ຫຼັກຂອງກອງປະຊຸມ:

  • ທົບທວນແຜນວຽກ: ຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນວຽກ ແລະ ກິດຈະກຳ ຂອງແຕ່ລະພະແນກ, ພາກວິຊາ ແລະ ໜ່ວຍງານ.
  • ສະຫຼຸບການຝຶກອົບຮົມດ້ານດິນ: ຜົນຂອງການຝຶກອົບຮົມ ການວິເຄາະດິນໃນຫ້ອງທົດລອງ ຮ່ວມກັບ The University of Melbourne.
  • ກະກຽມວຽກງານຮ່ວມມືກັບ ZVC: ກອງປະຊຸມ ແລະ ການຝຶກອົບຮົມ ລະຫວ່າງ ມະຫາວິທະຍາໄລສະຫວັນນະເຂດ ແລະ ວິທະຍາໄລວິຊາຊີບຈ່າວຈວງ.

ຜູ້ທີ່ສົນໃຈເຂົ້າຮ່ວມການຝຶກອົບຮົມ ZVC–SKU ໃນວັນທີ 25–27 ພະຈິກ 2026 ສາມາດລົງທະບຽນຜ່ານລະບົບອອນລາຍ.

On 20 November 2026, the Faculty of Agriculture and Environment (FAE) held its review meeting to assess the results of the work plans and activities carried out by each department, academic department and unit in their respective areas of work. The meeting was chaired by Dr. Phoudthavong Sengsouriya, Acting Dean of FAE.

The meeting reviewed the outcomes of the training “Soil Analysis: Laboratory Training & Capacity Building”, held with The University of Melbourne, Australia, on 13–17 November 2026 at Savannakhet University. The training focused on strengthening skills in soil science, laboratory soil analysis, sampling, quality control and the use of analytical results to support teaching and learning, research and sustainable agricultural development.

The meeting also discussed and prepared for the meeting and training between Savannakhet University and Zaozhuang Vocational College (ZVC), China, to be held on 25–27 November 2026.

Main topics of the meeting:

  • Work-plan review: results of the work plans and activities of each department, academic department and unit.
  • Soil training wrap-up: outcomes of the laboratory soil analysis training with The University of Melbourne.
  • Preparations with ZVC: the meeting and training between Savannakhet University and Zaozhuang Vocational College.

Anyone interested in the ZVC–SKU training on 25–27 November 2026 can register online.

📍 ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດFaculty of Agriculture and Environment, Savannakhet University

Presentation at the head tableDepartment and unit representatives at the review meetingA speaker presenting results to the meetingParticipants following the reviewStaff taking part in the meeting

ລົງທະບຽນ ຝຶກອົບຮົມ ZVC–SKU (25–27 ພະຈິກ 2026) ↗Register for the ZVC–SKU training (25–27 Nov 2026) ↗

ອ່ານຂ່າວເຕັມ →Read the full story →

Preparatory meeting for the ZVC training and Luban-Mozi College agreement signing, FAE Dean's Office, 17 November 2026

🤝 ກອງປະຊຸມກະກຽມ ການຝຶກອົບຮົມຂອງ ວິທະຍາໄລວິຊາຊີບ ເຈົ້າຈວງ (ZVC) ແລະ ພິທີລົງນາມສ້າງຕັ້ງ "Luban-Mozi College" ຈີນ-ລາວ🤝 Preparations for the Zaozhuang Vocational College training and the China-Laos "Luban-Mozi College" agreement signing

ໃນຕອນບ່າຍຂອງວັນທີ 17 ພະຈິກ 2026, ທີ່ຫ້ອງການຫົວໜ້າຄະນະວິຊາ, ຄະນະກະເສດສາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມກະກຽມວຽກງານ ສຳລັບການຝຶກອົບຮົມໃນຫຼາຍຫົວຂໍ້ ໂດຍ ວິທະຍາໄລວິຊາຊີບ ເຈົ້າຈວງ (Zaozhuang Vocational College, ZVC) ສປ ຈີນ ແລະ ພິທີລົງນາມບົດບັນທຶກຂໍ້ຕົກລົງຮ່ວມມື (MOA) ທີ່ຈະມາເຖິງ.

ສັນຍາຮ່ວມມືດັ່ງກ່າວ ແມ່ນການຮ່ວມກັນສ້າງຕັ້ງ "ວິທະຍາໄລ ລູປານ-ໂມຈື້" ຈີນ-ລາວ (China-Laos "Luban-Mozi College") ເຊິ່ງຈະລົງນາມຮ່ວມກັນ ລະຫວ່າງ ວິທະຍາໄລວິຊາຊີບ ເຈົ້າຈວງ, ມະຫາວິທະຍາໄລ ສະຫວັນນະເຂດ ແລະ ບໍລິສັດ Sun Paper Holding Lao ຈຳກັດ, ແລະ ຈະມີຜົນສັກສິດນັບແຕ່ວັນລົງນາມເປັນຕົ້ນໄປ.

ຈຸດສຳຄັນຂອງກິດຈະກຳທີ່ຈະມາເຖິງ:

  • ກຳນົດເວລາ: ວັນທີ 25–27 ພະຈິກ 2026 ທີ່ ມະຫາວິທະຍາໄລ ສະຫວັນນະເຂດ, ເລີ່ມດ້ວຍພິທີເປີດປ້າຍ "ສູນຝຶກອົບຮົມວິຊາຊີບ ແລະ ເຕັກນິກ ວິທະຍາໄລວິຊາຊີບເຈົ້າຈວງ - ມະຫາວິທະຍາໄລສະຫວັນນະເຂດ" ແລະ ພິທີເປີດຊຸດຝຶກອົບຮົມທຳອິດ ໃນວັນທີ 25 ພະຈິກ 2026.
  • ຫົວຂໍ້ການຝຶກອົບຮົມ 5 ຂົງເຂດ: ວິສະວະກຳເຄມີ ແລະ ການຢາ; ວັດສະດຸໃໝ່ ແລະ ວິສະວະກຳໂຍທາ; ກະສິກຳ; ການຄຸ້ມຄອງການທ່ອງທ່ຽວ; ແລະ ການຜະລິດອັດສະລິຍະ (ປັນຍາປະດິດ).
  • ຂົງເຂດການຮ່ວມມືຂອງ Luban-Mozi College: ການຝຶກອົບຮົມທັກສະວິຊາຊີບ, ການຮ່ວມມືດ້ານການສຶກສາ, ຫ້ອງຮຽນຕາມຄວາມຕ້ອງການຂອງວິສາຫະກິດ, ການພັດທະນາຄູ-ອາຈານ, ການພັດທະນາຊັບພະຍາກອນການຮຽນ-ການສອນ ແລະ ການແລກປ່ຽນວັດທະນະທຳ.
  • ສາຂາຫຼັກ: ເຕັກໂນໂລຊີວິສະວະກຳສິ່ງແວດລ້ອມ, ເຕັກໂນໂລຊີການວິເຄາະ-ທົດສອບ, ເຕັກໂນໂລຊີເຄມີປະຍຸກ, ການຜະລິດກົນຈັກ ແລະ ອັດຕະໂນມັດ, ແລະ ເຕັກໂນໂລຊີກະສິກຳທັນສະໄໝ.

ຂໍເຊີນຊວນ ຄູ-ອາຈານ, ພະນັກງານ ແລະ ນັກສຶກສາ ທີ່ສົນໃຈ ລົງທະບຽນເຂົ້າຮ່ວມການຝຶກອົບຮົມ; ລາຍລະອຽດການລົງທະບຽນ ຈະແຈ້ງໃຫ້ຊາບໃນໄວໆນີ້.

On the afternoon of 17 November 2026, at the Dean's Office, the Faculty of Agriculture and Environment held a preparatory meeting for the upcoming training on a range of topics by Zaozhuang Vocational College (ZVC), China, and for the forthcoming signing ceremony of the cooperation agreement (MOA).

The agreement concerns the joint establishment of the China-Laos "Luban-Mozi College". It will be signed jointly by Zaozhuang Vocational College, Savannakhet University and Sun Paper Holding Lao Co., Ltd., and will enter into force on the date of signature.

Key points of the upcoming events:

  • Dates: 25–27 November 2026 at Savannakhet University, opening on 25 November with the unveiling of the "Zaozhuang Vocational College – Savannakhet University Vocational and Technical Training Center" and the opening ceremony of the first training class.
  • Five training areas: chemical and pharmaceutical engineering; new materials and civil engineering; agriculture; tourism management; and intelligent manufacturing (artificial intelligence).
  • Areas of cooperation under the Luban-Mozi College: vocational skills training, academic education, order-based classes for enterprises, faculty development, teaching materials and resources, and cultural exchange.
  • Core programmes: environmental engineering technology, analytical testing technology, applied chemical technology, mechanical manufacturing and automation, and modern agricultural technology.

Registration details for interested lecturers, staff and students will be announced soon.

📍 ຫ້ອງການຫົວໜ້າຄະນະວິຊາ, ຄະນະກະເສດສາດ ແລະ ສິ່ງແວດລ້ອມDean's Office, Faculty of Agriculture and Environment

Preparatory meeting at the FAE Dean's OfficeMeeting participants reviewing the programme on screenParticipants taking notes during the meetingDiscussion around the meeting table

ລົງທະບຽນເຂົ້າຮ່ວມການຝຶກອົບຮົມ · ຈະປະກາດໃນໄວໆນີ້Registration for the training · to be announced soon

ອ່ານຂ່າວເຕັມ →Read the full story →

Participants, trainers and FAE leaders at the Field Practice and Laboratory Soil Analysis training, November 2026

🌱🔬 ການເຝິກອົບຮົມ "ການປະຕິບັດພາກສະໜາມ ແລະ ການວິເຄາະດິນ ໃນຫ້ອງທົດລອງ" ຮ່ວມກັບ ມະຫາວິທະຍາໄລ ເມລເບີນ🌱🔬 Field Practice and Laboratory Soil Analysis training with the University of Melbourne

ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລ ສະຫວັນນະເຂດ ຮ່ວມກັບ ມະຫາວິທະຍາໄລ ເມລເບີນ (ອົດສະຕຣາລີ) ໄດ້ດຳເນີນການເຝິກອົບຮົມ "ການປະຕິບັດພາກສະໜາມ ແລະ ການວິເຄາະດິນ ໃນຫ້ອງທົດລອງ" ໃນລະຫວ່າງວັນທີ 13–17 ພະຈິກ 2026 ທີ່ຫ້ອງທົດລອງ ມະຫາວິທະຍາໄລ ສະຫວັນນະເຂດ.

ການເຝິກອົບຮົມຄັ້ງນີ້ ຈັດຂຶ້ນພາຍໃຕ້ໂຄງການສະໜັບສະໜູນຄວາມຮ່ວມມື ລະຫວ່າງ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ມະຫາວິທະຍາໄລ ສະຫວັນນະເຂດ ແລະ ມະຫາວິທະຍາໄລ ເມລເບີນ (University of Melbourne), ປະເທດ ອົດສະຕຣາລີ, ໂດຍມີ ທ່ານ ປອ. ພຸດທະວົງ ແສງສຸລິຍາ, ວ່າການຫົວໜ້າຄະນະວິຊາ ຄກສ ເປັນຫົວໜ້າຄະນະຊີ້ນໍາລວມ.

ພິທີເປີດ ແລະ ພິທີປິດ ການເຝິກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ຮສ. ປອ. ຄຳໂກ້ ວົງອະນັດທາ, ຮອງຜູ້ອຳນວຍການ ມະຫາວິທະຍາໄລ ສະຫວັນນະເຂດ.

ຈຸດປະສົງ ແລະ ເນື້ອຫາຫຼັກຂອງການເຝິກອົບຮົມ:

  • ຍົກລະດັບທັກສະວິຊາການ: ເນັ້ນໃສ່ "ການປະເມີນຄຸນນະພາບສະພາບດິນ ແລະ ການວິເຄາະຕົວຢ່າງດິນໃນຫ້ອງທົດລອງ".
  • ເຊື່ອມໂຍງພາກທິດສະດີ ແລະ ພາກສະໜາມ: ສໍາມະນາກອນໄດ້ຮຽນຮູ້ທັງເຕັກນິກການລົງປະຕິບັດພາກສະໜາມຕົວຈິງ ແລະ ວິທີການວິເຄາະຄຸນນະພາບດິນຢ່າງລະອຽດພາຍໃນຫ້ອງທົດລອງ.
  • ແລກປ່ຽນກັບຜູ້ຊ່ຽວຊານລະດັບສາກົນ: ໄດ້ຮັບການຖ່າຍທອດຄວາມຮູ້, ເຕັກນິກ ແລະ ການປະສານງານວິຊາການ ໂດຍກົງຈາກທີມງານຜູ້ຊ່ຽວຊານຂອງ ມະຫາວິທະຍາໄລ ເມລເບີນ.
  • ຜູ້ເຂົ້າຮ່ວມ: ປະກອບດ້ວຍພະນັກງານ, ຄູ-ອາຈານ ແລະ ນັກວິຊາການ ຂອງ ມະຫາວິທະຍາໄລ ສະຫວັນນະເຂດ ທີ່ຖືກແຕ່ງຕັ້ງ ເພື່ອເພີ່ມພູນຄວາມຮູ້ ແລະ ເປັນກໍາລັງຫຼັກໃນການພັດທະນາວຽກງານວິຊາການ. ນອກຈາກນີ້, ຍັງມີຜູ້ເຂົ້າຮ່ວມຈາກ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ແລະ ຈາກຂັ້ນສູນກາງ ເຊັ່ນ: ສູນຄົ້ນຄວ້າດິນ (Soil Research Center, DALM), ກົມຄຸ້ມຄອງທີ່ດິນກະສິກຳ (DALM), ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ (NUOL) ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI).

ການເຝິກອົບຮົມຄັ້ງນີ້ ຖືເປັນກ້າວສໍາຄັນໃນການເພີ່ມຂີດຄວາມສາມາດດ້ານການວິໄຈ ແລະ ການນໍາໃຊ້ຫ້ອງທົດລອງຂອງ ມະຫາວິທະຍາໄລ ສະຫວັນນະເຂດ ໃຫ້ມີມາດຕະຖານ, ພ້ອມທັງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຂະແໜງການກະເສດ ແລະ ສິ່ງແວດລ້ອມຢ່າງຍືນຍົງ.

The Faculty of Agriculture and Environment (FAE), Savannakhet University, together with the University of Melbourne (Australia), conducted the training "Field Practice and Laboratory Soil Analysis" from 13 to 17 November 2026 at the laboratory of Savannakhet University.

The training was held under the programme supporting cooperation between FAE, Savannakhet University and the University of Melbourne, Australia, with Dr. Phoudthavong Sengsouriya, Acting Dean of FAE, as head of the steering committee.

Both the opening and closing ceremonies were chaired by Assoc. Prof. Dr. Khamko Vonganattha, Vice Rector of Savannakhet University.

Objectives and main content of the training:

  • Strengthening technical skills: a focus on soil quality assessment and the laboratory analysis of soil samples.
  • Linking theory and fieldwork: participants learned practical field techniques as well as detailed methods for analysing soil quality in the laboratory.
  • Exchange with international experts: knowledge, techniques and technical guidance passed on directly by the team of experts from the University of Melbourne.
  • Participants: staff, lecturers and technical officers of Savannakhet University, appointed to build their knowledge and serve as core staff for developing academic work, together with participants from the Savannakhet Provincial Department of Agriculture and Environment and from national institutions: the Soil Research Center of DALM, the Department of Agricultural Land Management (DALM), the Faculty of Agriculture of the National University of Laos (NUOL), and the National Agriculture and Forestry Research Institute (NAFRI).

This training is an important step in strengthening research capacity and bringing the use of Savannakhet University's laboratories up to standard, while supporting the sustainable development of the agriculture and environment sectors.

📍 ຫ້ອງທົດລອງ, ມະຫາວິທະຍາໄລສະຫວັນນະເຂດLaboratory, Savannakhet University

Opening ceremony of the training, with the event bannerLecture session in the laboratoryField practice: describing a soil profile pitSoil samples laid out during field practiceSoil profile with measuring tapeParticipants examining a soil pit in the fieldLaboratory demonstration by a University of Melbourne trainerParticipants in lab coats during laboratory analysisParticipants receiving certificatesGroup photo of participants and trainers

ອ່ານຂ່າວເຕັມ →Read the full story →

FAE staff and the SilviCarbon team in front of the FAE building, 12 October 2026

🌳 ບົດຮຽນ ແລະ ທິດທາງໃນອະນາຄົດຂອງວຽກງານປ່າໄມ້ປູກ: ການແບ່ງປັນຄວາມຮູ້ ແລະ ບາດກ້າວໃໝ່ຂອງການຮ່ວມມື ກັບ ບໍລິສັດ ຊິລວິຄາບອນ🌳 Exploring the Future of Plantation Forestry: Insights and a New Step in Collaboration with SilviCarbon

ໃນກອງປະຊຸມພົບປະມື້ນີ້, ຄະນະກະເສດສາດ ແລະ ສິ່ງແວດລ້ອມ ໄດ້ຮັບຟັງການບັນຍາຍພິເສດ ແລະ ການນຳສະເໜີພາບລວມຂອງບໍລິສັດ ຈາກ ບໍລິສັດ ຊິລວິຄາບອນ ອາໂກຣຟໍເຣັສທຣີ ຈຳກັດຜູ້ດຽວ ເຊິ່ງໄດ້ເປີດມຸມມອງໃໝ່ໆກ່ຽວກັບວຽກງານປ່າໄມ້ປູກແບບຍືນຍົງ ແລະ ເປັນອຸດສາຫະກຳ.

ປະເດັນສຳຄັນທີ່ໄດ້ຮຽນຮູ້ຈາກການນຳສະເໜີມີດັ່ງນີ້:

  • ກໍລະນີສຶກສາລະດັບໂລກ: ຖອດຖອນບົດຮຽນຈາກປະເທດສະວີເດັນ ທີ່ມີເນື້ອທີ່ປົກຫຸ້ມຂອງປ່າໄມ້ສູງເຖິງ 70%.
  • ປ່າໄມ້ ຄື ສັງຄົມສາດ: ວຽກງານປ່າໄມ້ປູກ ບໍ່ແມ່ນພຽງແຕ່ເລື່ອງຂອງຕົ້ນໄມ້ ແຕ່ຕິດພັນຢ່າງເລິກເຊິ່ງກັບວຽກງານ "ສັງຄົມສາດ" ແລະ ການມີສ່ວນຮ່ວມຂອງປະຊາຊົນ.
  • ຄວາມຍືນຍົງທາງທຸລະກິດ: ຄວາມສຳຄັນຂອງການສ້າງຜົນຜະລິດໃຫ້ໄດ້ຕາມເປົ້າໝາຍທາງການຄ້າ ເພື່ອຮັບປະກັນຜົນກຳໄລ ແລະ ຄວາມຍືນຍົງ.
  • ການພັດທະນາຊັບພະຍາກອນມະນຸດ: ປະເທດເຮົາຍັງມີຄວາມຕ້ອງການບຸກຄະລາກອນ ແລະ ເຈົ້າໜ້າທີ່ພາກລັດ ທີ່ມີຄວາມຮູ້ຄວາມສາມາດທາງດ້ານເຕັກນິກປ່າໄມ້ປູກຢ່າງແທ້ຈິງ ເພື່ອມາຄຸ້ມຄອງ ແລະ ພັດທະນາວຽກງານນີ້.
  • ຜົນປະໂຫຍດຮ່ວມກັນ: ການສ້າງຄວາມດຸ່ນດ່ຽງລະຫວ່າງການອະນຸລັກປ່າ ແລະ ການຜະລິດ ເພື່ອສ້າງລາຍຮັບໃຫ້ແກ່ຊາວກະສິກອນ, ບໍລິສັດ ແລະ ປະເທດຊາດ.

🤝 ບາດກ້າວສຳຄັນໃນຕໍ່ໜ້າ: ຜົນສຳເລັດຈາກການພົບປະຄັ້ງນີ້, ທັງສອງຝ່າຍຍັງໄດ້ເຫັນດີຮ່ວມກັນໃນການຍົກລະດັບການຮ່ວມມືໃຫ້ເລິກເຊິ່ງຕື່ມອີກ ໂດຍຈະມີການກະກຽມລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມື (MoA) ໃນຂັ້ນຕອນຕໍ່ໄປ.

ຂໍຂອບໃຈ ທີມງານຈາກ ບໍລິສັດ ຊິລວິຄາບອນ ສຳລັບການມາແລກປ່ຽນບົດຮຽນອັນລ້ຳຄ່າ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມມືກັນໃນການສ້າງບຸກຄະລາກອນທີ່ມີຄຸນນະພາບໃນອະນາຄົດ!

Today, the Faculty of Agriculture and Environment had the privilege of hosting an insightful presentation and company overview by SilviCarbon Agroforestry Sole Co., Ltd. The session provided valuable perspectives on the commercial and sustainable future of plantation forestry.

Key takeaways from the knowledge-sharing session include:

  • Global Benchmarks: Drawing inspiration from Sweden, where forest cover remarkably accounts for 70% of the land.
  • Beyond the Trees: Highlighting that plantation forestry is not just about forests—it is deeply rooted in social sciences and community collaboration.
  • Commercial Viability: Emphasizing that achieving specific yield targets is essential; without profitability, sustainability cannot be maintained.
  • Demand for Expertise: Discussing the critical need to develop technical know-how among forestry staff, students, and local government officials to properly manage plantations.
  • Economic Value: Balancing protection forests with production forests to generate revenue and drive economic growth for farmers, companies, and the nation.

🤝 A Major Step Forward: Following this highly productive exchange, both parties also agreed to deepen their cooperation through the signing of a Memorandum of Agreement (MoA) in the next step.

A huge thank you to the SilviCarbon team for an inspiring presentation. We look forward to formalizing our partnership and working together to shape the next generation of forestry experts!

📍 ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດFaculty of Agriculture and Environment, Savannakhet University

Speakers at the head table in front of the opening slide A presentation at the podium Participants during the session Group photo in the meeting room Guests signing in at registration

ຄູ່ຮ່ວມມືຂອງ ຄກສ →FAE partners →


FAE staff at the monthly review meeting, 9 October 2026

ກອງປະຊຸມສ່ອງແສງປະຈຳເດືອນຕຸລາ ຂອງ ຄກສFAE monthly review meeting for October

ໃນຕອນເຊົ້າວັນທີ 9 ຕຸລາ 2026 ນີ້ ໄດ້ມີກອງປະຊຸມສ່ອງແສງປະຈຳເດືອນຕຸລາ ຂອງຄະນະກະເສດສາດ ແລະ ສິ່ງແວດລ້ອມ ເປັນປະທານໂດຍ ທ່ານ ປອ. ພຸດທະວົງ ແສງສຸລິຍາ ໃນໂອກາດໄດ້ຮັບແຕ່ງຕັ້ງເປັນ ວ່າການຫົວໜ້າຄະນະວິຊາ ຄົນໃໝ່ ຂອງ ຄກສ. ໂດຍມີບັນດາວ່າການຮອງຫົວໜ້າຄະນະວິຊາ, ຜູ້ຊ່ວຍວຽກຫົວໜ້າ, ຜູ້ຮັບຜິດຊອບພາກ, ພະແນກ ແລະ ສູນ ພ້ອມທັງຄູ-ອາຈານທັງໝົດ ລາຍງານໜ້າວຽກທີ່ໄດ້ດຳເນີນການສຳເລັດ, ກຳລັງດຳເນີນຢູ່ ແລະ ແຜນການຕໍ່ໜ້າ.

On the morning of 9 October 2026, the Faculty of Agriculture and Environment held its monthly review meeting for October, chaired by Dr. Phouthavong Sengsouliya on the occasion of his appointment as the new Acting Dean of FAE. The acting vice deans, assistants to the Dean, heads of departments, divisions and the centre, and all lecturers reported on work completed, work in progress and plans ahead.

The chair addresses the meeting A head of unit reports A lecturer reports A lecturer presents from his laptop Staff listening at the meeting

ເບິ່ງຮູບເພີ່ມເຕີມທີ່ Facebook ຄກສ ↗More photos on FAE's Facebook ↗

News & events

ກິດຈະກຳທີ່ຈະມາເຖິງComing up

Banner: Soil Analysis Laboratory Training and Capacity Building, 13–17 November 2026

ກິດຈະກຳເດັ່ນFeatured event · 13–17 Nov 2026 · ອາຄານຫ້ອງທົດລອງກາງ, ມຂCentral Laboratory, Savannakhet University

🌱🔬 ພົບກັບບັນດາວິທະຍາກອນຂອງພວກເຮົາ: ຊຸດຝຶກອົບຮົມການສ້າງຂີດຄວາມສາມາດ ດ້ານການວິເຄາະດິນໃນຫ້ອງທົດລອງ🌱🔬 Meet our trainers: Soil Analysis – Laboratory Training & Capacity Building

ພວກເຮົາມີຄວາມຍິນດີຂໍແນະນຳບັນດາວິທະຍາກອນສຳລັບກິດຈະກຳ Soil Analysis: Laboratory Training & Capacity Building ຊຶ່ງເປັນໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລສະຫວັນນະເຂດ ແລະ The University of Melbourne, Australia, ໂດຍໄດ້ຮັບການສະໜັບສະໜູນຈາກ The Crawford Fund.

ບັນດາວິທະຍາກອນມີຄວາມຊ່ຽວຊານໃນຫຼາຍດ້ານ ເຊັ່ນ: ວິທະຍາສາດດິນ, ລະບົບກະສິກຳ, ການວິເຄາະຄວາມຍືນຍົງ, ຈຸລະຊີວະວິທະຍາສິ່ງແວດລ້ອມ, ພືດສາດ, ການຮັບຮູ້ຈາກໄລຍະໄກ ແລະ ກະສິກຳແບບແມ່ນຍຳ. ຜ່ານການບັນຍາຍ, ການຝຶກປະຕິບັດໃນຫ້ອງທົດລອງ, ກິດຈະກຳພາກສະໜາມ ແລະ ການແລກປ່ຽນຄວາມຮູ້, ການຝຶກອົບຮົມນີ້ຈະຊ່ວຍເສີມສ້າງຄວາມຮູ້ ແລະ ທັກສະດ້ານການວິເຄາະດິນ ແລະ ກະສິກຳແບບຍືນຍົງ.

📅 13–17 ພະຈິກ 2026 · 📍 ອາຄານຫ້ອງທົດລອງກາງ, ມະຫາວິທະຍາໄລສະຫວັນນະເຂດ, ສປປ ລາວ

We are pleased to introduce the trainers for the upcoming Soil Analysis: Laboratory Training & Capacity Building, a collaborative program between Savannakhet University and The University of Melbourne, Australia, with support from The Crawford Fund.

Our trainers bring expertise in soil science, agricultural systems, sustainability analysis, environmental microbiology, plant science, remote sensing, and precision agriculture. Through lectures, practical laboratory sessions, field activities, and knowledge exchange, they will support participants in strengthening skills for soil analysis and sustainable agricultural research.

📅 13–17 November 2026 · 📍 Central Laboratory, Savannakhet University, Lao PDR

Trainers · The University of Melbourne

Trainer poster: Dr. Carl PilleDr. Carl PilleResearch Fellow in Soil Nutrient Management
The University of Melbourne
Environmental microbiology · plant science · sustainable fertiliser use in rice
Trainer poster: Dr. Gayathri MekalaDr. Gayathri MekalaLecturer in Agricultural Systems
The University of Melbourne
Water resources · agricultural systems · social and gender dimensions · governance
Trainer poster: Dr. Alexis PangDr. Alexis PangLecturer in Soil Science
The University of Melbourne
Soil-landscape interactions · soil water · digital agriculture · remote sensing
Trainer poster: Dr. Tu XayachakDr. Tu XayachakResearch Fellow
The University of Melbourne
Sustainability analysis · life cycle assessment · material flow analysis

ຕິດຕາມໂພສແນະນຳວິທະຍາກອນແຕ່ລະທ່ານທີ່ Facebook ຄກສ ↗Follow the trainer introductions on FAE's Facebook ↗

ຝຶກອົບຮົມການວິເຄາະດິນໃນຫ້ອງທົດລອງSoil laboratory analysis training

ຮ່ວມກັບ ມະຫາວິທະຍາໄລເມລເບີນ ແລະ ກອງທຶນ CrawfordWith the University of Melbourne and the Crawford Fund

ຄະນະຜູ້ແທນ ZVC ຢ້ຽມຢາມ ມຂZaozhuang Vocational College delegation

ເປີດສູນຝຶກອົບຮົມວິຊາຊີບ ແລະ ເຕັກນິກ ZVC–ມຂOpening of the ZVC–SKU Vocational and Technical Training Center

ກອງປະຊຸມເຂົ້າໜຽວ GMS ຄັ້ງທີ 1010th GMS Meeting on Glutinous Rice

ມຂ ເປັນເຈົ້າພາບ, ຮ່ວມກັບພາຄີຈາກໄທ ແລະ ຫວຽດນາມHosted at SKU with partners from Thailand and Vietnam

ວິດີໂອແນະນຳ ຄກສIntroducing FAEເບິ່ງທີ່ YouTube ↗Watch on YouTube ↗

Video

ຮູ້ຈັກ ຄະນະກະເສດສາດ ແລະ ສິ່ງແວດລ້ອມGet to know the Faculty of Agriculture and Environment

ເບິ່ງວິດີໂອແນະນຳ ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດ.Watch the introduction video of the Faculty of Agriculture and Environment, Savannakhet University.

ເບິ່ງວິດີໂອ ↗Watch the video ↗